ບົດຂ່າວໂດຍ: ທ່ານ ນາງ ວຽງໄຊ ວັນສີລາລົມ
ກອງປະຊຸມຄັ້ງທີ່ 1 ກ່ຽວກັບການລົງຊຸກຍູ້ວຽກງການອາຫານປອດໄພ ເພື່ອກະກຽມການຮັບໃຊ້ການເປັນເຈົ້າພາບມະຫະກໍາກິລາແຫ່ງຊາດຄັ້ງທີ XI ທີ່ແຂວງ ຊຽງຂວາງ. ກອງປະຊຸມຄັ້ງນີ້ ແມ່ນໄດ້ຈັດຂຶ້ນ ລະຫວ່າງວັນທີ 26-28 ກຸມພາ 2018 ທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງ ຊຽງຂວາງ ໂດຍການເປັນປະທານຂອງທ່ານ ດຣ. ບົວພັນ ພົມມະຈັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ຫົວພັນ ແລະ ທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ, ກອງປະຊຸມໄດ້ມີພະນັກງານ ຈາກ 7 ເມືອງ ຂອງແຂວງ ແລະ ພະນັກງານຈາກກົມອາຫານ ແລະ ຢາ ເຊິ່ງເປັນທິມງານຮັບໃຊ້ມະຫະກໍາກິລາຄັ້ງນີ້. ຈຸດປະສົງຂອງກອງປະຊຸມ ເພື່ອຝຶກອົບຮົມໃຫ້ແກ່ເຈົ້າໜ້າທີ່ ອາຫານ ແລະ ຢາ ແຂວງ ໃນການກວດກາສະຖານທີ່ຮ້ານຂາຍອາຫານ, ຜູ້ໃຫ້ການບໍລິການອາຫານ, ໂຮງງານນໍ້າດື່ມ, ນໍ້າກ້ອນ, ໂຮງແຮມ ໃຫ້ປະຕິບັດຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ເພື່ອຮັບປະກັນອາຫານປອດໄພ.
ກອງປະຊຸມຈະໄດ້ດໍາເນີນເປັນພາກທິດສະດີ 1 ວັນໂດຍຄະນະທິມງານຈາກກົມອາຫານ ແລະ ຢາ, ຫຼັງຈາກນັ້ນ ນັກສໍາມະນາກອນຈະໄດ້ປະຕິບັດການລົງກວດກາຕົວຈິງ ແລະ ດໍາເນີນການກວດສອບໄປພ້ອມໆກັນ. ການຈັດກອງປະຊຸມຄັ້ງນີ້ ແມ່ນໄດ້ນໍາໃຊ້ບົດຮຽນຂອງການກວດກາ ໃນການຮັບໃຊ້ກອງປະຊຸມສຸດຍອດອາຊຽນ, ມະຫະກໍາກາແຫ່ງຊາດຄັ້ງທີ X ທີ່ແຂວງອຸດົມໄຊ ນໍາມາຖອດຖອນບົດຮຽນ. ນອກຈາກນັ້ນ ກົມອາຫານ ແລະ ຢາ ຍັງໄດ້ມອບເຄື່ອງທົດສອບອາຫານ, ເຄື່ອງວັດແທກອຸນນະພູມຈໍານວນໜຶ່ງໃຫ້ແກ່ແຂວງ ຊຽງຂວາງ ເພື່ອນໍາໃຊ້ເປັນເຄື່ອງມີໃນການກວດກາຕໍ່ໄປ.
.JPG)

|